Skip to playerSkip to main content
  • 1 year ago
ເຕົ່າ (ອັດສະວິນ ເພັດສັງຫານ) ພະນັກງານໜຸ່ມໃນບໍລິສັດຮັບເຮັດໂຄສະນາແຫ່ງໜຶ່ງ ທີ່ຜິດຫວັງຈາກການອົກຫັກຈົນບໍ່ເຊື່ອວ່າຄວາມຮັກແທ້ຈິງມີຢູ່ຈິງ. ແຕ່ແລ້ວມື້ໜຶ່ງໂຊກຊະຕາກໍພາມາເຈີກັບ ຫົງ (ທິດາລັດ ວົງສິລິ) ສາວນ້ອຍຜູ້ມີຈິດໃຈດີທີ່ຍອມຖິ້ມທຸນຮຽນຕ່າງປະເທດເພື່ອດູແລແມ່ແລະຄົນຈິດບໍ່ປົກກະຕິ2ຄົນ ຈົນມີຄົນມາຈ້າງໃຫ້ບໍລິສັດຂອງເຕົ່າເຮັດສາລະຄະດີ ພ້ອມກັບເງິນລາງວັນ 200,000$ ແລະຜູ້ທີ່ຊະນະຈະໄດ້ເປີເຊັນ 10% ພ້ອມຕຳແໜ່ງຫົວໜ້າຄຣີເອຖີບຟ໌ ແຕ່ງານນີ້ເບິ່ງຈະບໍ່ງ່າຍເພາະຫົງປະຕິເສດທີ່ຈະຖ່າຍສາລະຄະດີມາຫຼາຍເທື່ອແລ້ວ ແລະ ຍັງມີຄູ່ແຂ່ງຄື ເທບ (ບຸນຊຽນ ວິໄລວັນ) ອ້າຍເມຍເຈົ້າຂອງບໍລິສັດທີ່ພ້ອມຈະຍາດຊິງຕຳແໜ່ງຕະຫຼອດ ທັງມີ2ສາວຜູ້ຊ່ວຍຄື ຕຸກຕາ (ປີຍະມາດ ພູນປະເສີດ) ແລະ ຈ໊ຽບ (ອຳພອນ ໄຊຊະນະວົງເພັດ). ງານນີ້ບໍ່ແມ່ນເລື່ອງງ່າຍເລີຍ ເຕົ່າຈຶ່ງປຶກສາກັບ ອ້າຍໂລເບີດ (ພູມຊະນະ ສິລິວົງສາ) ເສືອຜູ້ຍິງທີ່ເປັນທີ່ປຶກສາແລະແນະນຳໃຫ້ເຕົ່າຕົວະເພື່ອທີ່ຈະຫາໂອກາດລັກຖ່າຍວິດີໂອຕ່າງໆຂອງຊີວິດຫົງເພື່ອໄປເຮັດເປັນສາລະຄະດີ. ແຕ່ໃນເວລາທີ່ເຕົ່າໄປຫາຫົງເພື່ອແອບຖ່າຍໃນແຕ່ລະມື້ກໍ່ເກີດຄວາມຮູ້ສຶກດີໆຂຶ້ນ ເຕົ່າຈະບອກຫົງແນວໃດ ແລະ ທັງ2ຈະກັບມາເປັນຄືເກົ່າບໍ?
Be the first to comment
Add your comment

Recommended